ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີ ຈິ້ນ​ຜິງ ສົ່ງ​ສານ​ຊົມເຊີຍ​ຕໍ່​ກອງ​ປະຊຸມ​ ສຸດ​ຍອດ​ສະຫະພາບ​ອາ​ຟຣິ​ກາ​ ຄັ້ງ​ທີ 37

     ໂທລະພາບ​ສູນ​ກາງ ​ສປ​ຈີນ ໄດ້​ເຜີຍແຜ່ວັນ​ທີ 17 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ທ່ານ ສີ ຈິ້ນ​ຜິງ ປະທານ​ປະເທດ ​ຈີນ ໄດ້​ສົ່ງ​ສານ​
ເພື່ອ​ຊົມເຊີຍ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິ​ກາ ຫຼື AU ຄັ້ງ​ທີ 37 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ອາ​ດິ​​ສ​ອາ​ເບ​ບາ, ປະເທດ ເອ​ທິ​ໂອ​ປີ.
ເນື້ອ​ໃນ​ສານ​ຊົມເຊີຍ​ຂອງ ທ່ານ ສີ ຈິ້ນ​ຜິງ ໄດ້​ລະບຸ​ວ່າ: ໂລກ​ໃນ​ປັດຈຸບັນ​ພວມ​ປະເຊີນ​ໜ້າ​ກັບ​ການ​ປ່ຽນແປງ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍມີມາ
ກ່ອນໃນ​ຮອບ​ຮ້ອຍ​ປີ, “ພາກ​ໃຕ້​ຂອງ​ໂລກ” ທີ່​ຖື​ຈີນ ແລະ ອາ​ຟຣິ​​ກາ ເປັນ​ຕົວ​ແທນ​ນັ້ນ ໄດ້​ມີ​ການ​ພັດທະນາ​ຢ່າງ​ຈະເລີນ​ຮຸ່ງເຮືອງ ເຊິ່ງ​ໄດ້​
ສົ່ງ​ຜົນ​ຕໍ່​ຂະ​ບວນ​ການ​ພັດທະນາ​ຄັ້ງປະຫວັດສາດ​ທົ່ວ​ໂລກ. AU ໄດ້​ເຮັດ​ໃຫ້​ບັນດາ​ປະເທດ​ອາ​ຟຣິ​ກາ ມີ​ຄວາມ​ສາມັກຄີ​ກັນ ແລະ ເຂັ້ມ
ແຂງ​ຂຶ້ນ, ທັງ​ໄດ້​ອອກແຮງ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ ແລະ ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສ ລີ. AU ຍັງ​ໄດ້​ເຂົ້າ​ເປັນ​ສະມາຊິກ G20 ຢ່າງ​
ສຳເລັດ​ຜົນ ເຊິ່ງ​ເປັນ​ການ​ຍົກ​ສູງ ລັກສະນະ​ຕົວ​ແທນ ແລະ ສິດ​ການສະແດງ​ຄວາມ​ເຫັນ​ຂອງ​ອາ​ຟຣິ​ກາ ໃນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ.

     ຈີນ ຂໍ​ສະແດງ​ຄວາມ​ຊົມເຊີຍ​ຢ່າງ​ຈິງ​ໃຈ​ຕໍ່​ເລື່ອງ​ດັ່ງກ່າວ. ສານ​ຊົມເຊີຍ​ຂອງ​ ທ່ານ ສີ ຈິ້ນ​ຜິງ ຍັງ​ໄດ້​ເນັ້ນ​ໜັກ​ວ່າ: ໃນ​ເວລາ 1 ປີຜ່ານ
ມາ, ການ​ພົວພັນ​ລະຫວ່າງ​ຈີນ ກັບ ອາ​ຟຣິ​ກາ​ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ເລິກເຊິ່ງ, ກອງ​ປະຊຸມ​ສົນທະນາ​ຜູ້ນຳ​ຈີນ-ອາ​ຟຣິ​ກາ ໄດ້​
ຈັດ​ຂຶ້ນ​ຢ່າງ​ສຳເລັດ​ຜົນ, ສອງ​ຝ່າຍ ໄດ້​ຕົກລົງ​ສະໜັບສະໜູນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຄົ້ນ​ຫາ​ເສັ້ນທາງ​ຄວາມ​ທັນ​ສະໄໝ​ຂອງ​ຕົນ ແລະ ຮ່ວມ​
ກັນ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ ເພື່ອ​ບັນລຸ​ໄດ້​ວິໄສ​ທັດ​ການ​ພັດທະນາ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ພາຍ​ໃນ​ປີ 2024 ນີ້, ຈະ​ມີ​ກອງ​ປະຊຸມ​ ຄັ້ງ
​ໃໝ່​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິ​ກາ, ຂ້າພະເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ຜູ້ນຳ​ບັນດາ​ປະເທດ​ອາ​ຟຣິ​ກາ, ເພື່ອ​ເລັງ​ໃສ່​ສ້າງ​ຄວາມ
ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຝ່າຍ, ຕັ້ງໃຈ​ຈັດ​ວາງ​ແຜນການ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ກັບ ອາ​ຟຣິ​ກາ, ຊຸກຍູ້​ການ​ພ້ອມ​ກັນ​ສ້າງ​ປະຊາ​
ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຟຣິ​ກາ ໃນ​ລະດັບ​ສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/02/2024